Class Central is learner-supported. When you buy through links on our site, we may earn an affiliate commission.

ຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (PHEOC)

via OpenWHO

Overview

ຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (PHEOC) ແມ່ນທີ່ຕັ້ງທາງກາຍຍະພາບໃຊ້ເພື່ອການປະສານງານທາງດ້ານຂໍ້ມູນຂ່າວສານ ແລະ ຊັບພະຍາກອນທີ່ໃຊ້ຊຸກຍູ້ບັນດາກິດຈະກຳຄຸ້ມຄອງເຫດການສຸກເສີນ. PHEOC ຍັງບາງຄັ້ງເອີ້ນວ່າ: “ສູນປະຕິບັດງານ” “ຫ້ອງຄຸ້ມຄອງສະຖານະການ” ແລະ “ສູນບັນຊາການ”. ປະສົບການໄດ້ຍົກໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດທີ່ ທັນເວລາຂອງ PHEOC ຈະເປັນຊ່ອງທາງທີ່ຈຳເປັນເພື່ອການຄຸ້ມຄອງເຫດການສຸກເສີນທາງດ້ານສາທາລະນະສຸກ ແລະ ສາມາດຊ່ວຍຫຼີກລ້ຽງບັນດາຂໍ້ຜີິດພາດທີ່ມັກເກີດທົ່ວໄປເຊັ່ນ: ການຂາດລະບົບການຊີ້ນຳທີ່ຊັດເຈນ ນຳໄປສູ່ການຕັດສິນໃຈທີ່ລ້າຊ້າ, ບໍ່ສາມາດຄຸ້ມຄອງຊັບພະຍາກອນ ແລະ ການປະສານງານທີ່ມີຈຸດອ່ອນ.

ຫຼັກສູດການຝຶກອົບຮົມທາງອິນເຕີເນັດແບບອອນລາຍນີ້ໄດ້ຖືກອອກແບບໃຫ້ເປັນການຝຶກແອບນຳໃຊ້ກອບວຽກຂອງອົງການອະນາໄມໂລກສຳລັບ ຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ ແລະ ໄດ້ສຸມໃສ່ເຈົ້າໜ້າທີ່ໆກຽມຄວາມພ້ອມໂຕ້ຕອບກັບເຫດສຸກເສີນດ້ານສາທາລະນະສຸກ ແລະ ບັນດາເຈົ້າໜ້າທີ່ຮັບຜິດຊອບການໂຕ້ຕອບ, ບັນດາຜູ້ກຳນົດນະໂຍບາຍ ແລະ ຄູ່ຮ່ວມງານທີ່ກຳລັງຈັດຕັ້ງປະຕິບັດ ແລະ ສ້າງຄວາມຍືນຍົງໃຫ້ກັບວຽກຂອງຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ.

Photo credit: MYS/CPRC

Syllabus

Course information

ກະລຸນາຮັບຊາບວ່າຫຼັກສູດນີ້ຢູ່ໃນຂັ້ນຕອນການແປເປັນພາສາຂອງສະຫະປະຊາຊາດທັງໝົດ ພ້ອມກັບເລືອກພາສາແຫ່ງຊາດ. ສະບັບທີ່ແປແລ້ວແມ່ນມີຢູ່ໃນພາສາຕໍ່ໄປນີ້:

English - македонски - Français - Русский - 中文 - Português - Español - Українська

ພາບລວມ: ໃນປີ 2012, ອົງການອະນາໄມໂລກໄດ້ສ້າງຕັ້ງເຄືອຂ່າຍຂອງຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (EOC-NET). WHO ໄດ້ພັດທະນາກອບວຽກສຳລັບຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (PHEOC), ໂດຍການຮ່ວມມືກັບບັນດາຄູ່ຮ່ວມງານໃນເຄືອຂ່າຍ EOC-NET. ກອບວຽກໄດ້ເປັນແນວທາງສຳລັບວິທີການອອກແບບ, ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ PHEOC ໃນຂັ້ນສູງ. ຫຼັກສູດຝຶກອົບຮົມທາງອອນລາຍນີ້ໄດ້ໃຫ້ໂຄງສ້າງຂອງກອບວຽກ PHEOC ແລະ ບັນດາເອກະສານບ່ອນອີງທີ່ກ່ຽວຂ້ອງ.

ບັນດາຈຸດປະສົງຂອງການຮຽນຮູ້: ໃນຕອນທ້າຍຂອງຫຼັກສູດນີ້, ທ່ານຄວນສາມາດ:

  • ອະທິບາຍເນື້ອໃນຂອງກອບວຽກ PHEOC;
  • ອະທິບາຍໄດ້ເນື້ອໃນແນວຄວາມຄິດອັນຕົ້ນຕໍຂອງ PHEOC ແລະ ການຄຸ້ມຄອງເຫດການສຸກເສີນ;
  • ນິຍາມໄດ້ບັນດາຈຸດປະສົງ ແລະ ກົນໄກການເຮັດວຽກຂອງ PHEOC;
  • ອະທິບາຍບັນດາປັດໃຈທີ່ໃຊ້ໃນການສ້າງແຜນ ແລະ ການຈັດຕັ້ງປະຕິບັດວຽກງານຕົ້ນຕໍ, ບັນດາອົງປະກອບທີ່ຈຳເປັນ ແລະ ຄວາມຕ້ອງການຕ່າງໆສຳລັບ PHEOC;
  • ນຳໃຊ້ກອບວຽກ PHEOC ແລະ ບັນດາເຄື່ອງມືທີກ່ຽວຂ້ອງສໍາລັບການອອກແບບ, ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ PHEOC.

ໄລຍະເວລາຂອງຫຼັກສູດ: ໃຊ້ເວລາປະມານ 3 ຊົ່ວໂມງ.

ໃບຢັ້ງຢືນ: ບັນທຶກໃບຢັ້ງຢືນການຈົບຫຼັກສູດ ຈະມີໃຫ້ສຳລັບບັນດາຜູ້ເຂົ້າຮ່ວມຫຼັກສູດທີ່ໄດ້ຄະແນນຢ່າງໜ້ອຍສຸດ 80% ຂອງຈຳນວນຄະແນນທັງໝົດທີ່ມີໃນພາກຄຳຖາມ ແລະ ເຮັດສຳເລັດພາກກິດຈະກຳ. ຜູ້ເຂົ້າຮ່ວມທີ່ໄດ້ຮັບບັນທຶກຜົນສໍາເລັດຍັງສາມາດດາວໂຫລດ Open Badge ສໍາລັບຫຼັກສູດນີ້. ກົດທີ່ນີ້ເພື່ອຮຽນຮູ້ວິທີການ.

ຂໍ້ປະຕິເສດຄວາມຮັບຜິດຊອບ: ຫຼັກສູດນີ້ລວມມີການບັນຍາຍຮູບພາບຂອງສູນປະຕິບັດການສຸກເສີນດ້ານສາທາລະນະສຸກ (PHEOC) ກ່ອນການລະບາດຂອງ COVID-19. ການຈັດຕັ້ງສະຖານທີ່ PHEOC ໃນລະຫວ່າງສະພາບການໂລກລະບາດໃນປະຈຸບັນຈະຮຽກຮ້ອງໃຫ້ມີການລະມັດລະວັງດ້ານສຸຂະພາບອາຊີບເພີ່ມເຕີມທີ່ບໍ່ໄດ້ສົນທະນາໃນຫຼັກສູດນີ້. ກະລຸນາປະຕິບັດຕາມຂໍ້ແນະນຳແຫ່ງຊາດໃນທ້ອງຖິ່ນຂອງທ່ານກ່ຽວກັບຂໍ້ຄວນລະວັງ COVID-19, ລວມທັງໄລຍະຫ່າງທາງກາຍຢ່າງໜ້ອຍ 1 ແມັດ ພ້ອມກັບການໃຊ້ໜ້າກາກທີ່ເໝາະສົມເມື່ອລະບຸໄວ້. ຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ຄວນລະວັງໃນບ່ອນເຮັດວຽກເຫຼົ່ານີ້ ແລະ ອື່ນໆທີ່ກ່ຽວຂ້ອງສາມາດພົບໄດ້ໃນຫຼັກສູດ OpenWHO:COVID-19 and work: Staying healthy and safe at work during the COVID-19 pandemic

ເອກະສານສະບັບນີ້ໄດ້ຖືກແປເປັນພາສາລາວຈາກThe Public Health Emergency Operations Centre (PHEOC),2020. ອົງການອະນາໄມໂລກຈະບໍ່ຮັບຜິດຊອບສຳລັບເນື້ອໃນ ຫຼື ຄວາມຖືກຕ້ອງຂອງການແປນີ້. ໃນກໍລະນີທີ່ພົບຄວາມບໍ່ສອດຄ່ອງໃນເນື້ອໃນທີ່ແປ ລະຫວ່າງ ສະບັບພາສາອັງກິດ ແລະ ສະບັບພາສາລາວ, ສະບັບພາສາອັງກິດທີ່ເປັນເນື້ອໃນດັ້ງເດີມຈະຖືກໃຊ້ ແລະ ເປັນສະບັບທີ່ມີເນື້ອໃນຖືກຕ້ອງຄົບຖ້ວນ. ການແປເອກະສານນີ້ບໍ່ໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກ.ເອກະສານນີ້ມີເຈດຈຳນົງເພື່ອຈຸດປະສົງຊຸກຍູ້ການຮຽນຮູ້ເທົ່ານັ້ນ.

Course contents

  • ພາກແນະນຳ: ພາບລວມຂອງຫຼັກສູດ ແລະ ກອບວຽກສຳລັບ PHEOC:

    ເນື້ອໃນຂອງພາກແນະນຳນີ້ຈະໄດ້ນຳສະເໜີບັນດາຈຸດປະສົງຂອງຫຼັກສູດ; ອະທິບາຍເນື້ອໃນຂອງຫຼັກສູດ; ແລະ ອະທິບາຍກອບວຽກສຳລັບ PHEOC, ພ້ອມທັງເອກະສານຕົ້ນຕໍອື່ນໆ.
  • ບົດທີ 1: ແນວຄວາມຄິດ ແລະ ຫຼັກການຕົ້ນຕໍ:

    ບົດທີ 1 ປະກອບດ້ວຍ 3 ພາກເນື້ອໃນເຊັ່ນ: PHEOC; ບັນດາຫຼັກການຂອງການຄຸ້ມຄອງເຫດການສຸກເສີນ; ແລະ ລະບົບຄຸ້ມຄອງເຫດການສຸກເສີນ (IMS).
  • ບົດທີ 2: ການຈັດຕັ້ງປະຕິບັດໃນ PHEOC:

    ບົດທີ 2 ປະກອບດ້ວຍ 7 ພາກເນື້ອໃນເຊັ່ນ: ຄຳແນະນຳໃນການສ້າງແຜນ; ໂຄງລ່າງພື້ນຖານດ້ານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT); ບັນດາແຜນການ ແລະ ຂັ້ນຕອນຂອງ PHEOC; ລະບົບຂໍ້ມູນຂ່າວສານ; ຊັບພະຍາກອນມະນຸດ ແລະ ການຝຶກອົບຮົມ; ການຝຶກແອບ; ແລະ ການຕິດຕາມ, ປະເມີນຜົນ ແລະ ການເງິນ.
  • ບັນດາກິດຈະກຳ: ວຽກສຳລັບຕິດຕາມການຮຽນຮູ້:

    ບົດສຸດທ້າຍນີ້ປະກອບມີສາມກິດຈະກຳທີ່ຈະຊ່ວຍໃຫ້ທ່ານສາມາດຝຶກແອບການໃຊ້ຂໍ້ມູນຂ່າວສານຈາກກອບວຽກ ແລະ ນຳໃຊ້ເອກະສານຊ້ອນທ້າຍ.

Reviews

Start your review of ຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ (PHEOC)

Never Stop Learning.

Get personalized course recommendations, track subjects and courses with reminders, and more.

Someone learning on their laptop while sitting on the floor.